ຍື່ນຄຳຮ້ອງທຸກການເລືອກປະຕິບັດ
ຖ້າທ່ານຮູ້ສຶກວ່າທ່ານຖືກເລືອກປະຕິບັດ ແລະການກະທຳທີ່ຖືກກ່າວຫາວ່າເປັນການເລືອກປະຕິບັດໄດ້ເກີດຂຶ້ນໃນເມືອງ Minneapolis ພາຍໃນ 365 ມື້ທີ່ຜ່ານມານັ້ນເປັນການລະເມີດເທດສະບັນຍັດວ່າດ້ວຍສິດທິພົນລະເມືອງ (City's Civil Rights Ordinance) ຫຼື ກົດໝາຍຂອງລັດຖະບານກາງປີ 1964 ວ່າດ້ວຍສິດທິພົນລະເມືອງ Federal Civil Rights Act of 1964) ແລະທ່ານຕ້ອງການຮ້ອງຂໍເພື່ອຍື່ນຮ້ອງຟ້ອງການຖືກເລືອກປະຕິບັດ, ກະລຸນາຕື່ມຄຳຂໍຮ້ອງທຸກຂ້າງລຸ່ມນີ້. ເຈົ້າໜ້າທີ່ສືບສວນຈຳເປັນທີ່ຈະຕ້ອງສາມາດຕິດຕໍ່ຫາທ່ານໄດ້ເພື່ອຕິດຕາມຄຳຮ້ອງຂໍຂອງທ່ານ. ກະລຸນາໃຫ້ຂໍ້ມູນຕໍ່ໄປນີ້ເພື່ອຈຸດປະສົງດັ່ງກ່າວ. ຂໍ້ມູນທີ່ກ່ຽວຂ້ອງກັບການຮ້ອງທຸກແມ່ນເປັນຄວາມລັບ ແລະຈະບໍ່ຖືກເປີດເຜີຍຕໍ່ສາທາລະນະຊົນ.